ຖ້າເວົ້າເຖີງ “ການປະກັນໄພ” ກໍ່ຄື ການກະຈາຍຄວາມສ່ຽງ ນັ້ນເອງ.
ຄວາມສ່ຽງທີ່ຈະບອກນີ້ໝາຍເຖິງຄວາມສ່ຽງທີ່ ໂຕເຮົາເອງ, ຢ່າຟ້າວສັບສົນເດີ້ວ່າແມ່ນຫຍັງຄື “ຄວາມສ່ຽງຂອງໂຕເຮົາເອງ” ເພາະຫຼາຍໆຄົນອາດຄຸ້ນເຄີຍກັບຄໍາວ່າການລົງທືນມີຄວາມສ່ຽງ ຕ້ອງບໍລິຫານຄວາມສ່ຽງ, ຕ້ອງ ກະຈາຍຄວາມສ່ຽງ ຕ່າງໆນານາ ບໍ່ວ່າຈະເປັນ “ການຊື້ດິນແລ້ວຂາຍອອກຍາກ” ຫຼື “ການເຮັດຕຶກອາຄານແລ້ວບໍ່ມີຄົນເຊົ່າ” ເຊິ່ງໃນຄວາມເປັນຈິງແລ້ວສິ່ງນີ້ກໍ່ຮ້ອງວ່າຄວາມສ່ຽງເຊັ່ນກັນ ແຕ່ເຂົາຈະຮ້ອງວ່າ “ຄວາມສ່ຽງຈາກການລົງທືນ”.
ແຕ່ຄວາມສ່ຽງທີ່ພວກເຮົາເວົ້າເຖິງນີ້ແມ່ນ ຄວາມສ່ຽງທີ່ພວກເຮົາຈະເຈັບປ່ວຍ, ບໍ່ສະບາຍ ລວມທັງອຸບັດຕິເຫດທີ່ພວກເຮົາບໍ່ຄາດຄິດ. ໃຫ້ທ່ານລອງຄິດຕາມເຮົາເບີ່ງ ດຽວນີ້ເຕັກໂນໂລຢີການແພດກໍທັນສະໄຫມຫລາຍແລ້ວ ເຮົາກໍສາມາດສະບາຍໃຈໄດ້ລະດັບໜຶ່ງວ່າການປິ່ນປົວຕ້ອງເຊົາແນ່ນອນ ແຕ່ກໍຢ່າລືມວ່າຄ່າໃຊ້ຈ່າຍໃນການປິ່ນປົວກໍບໍ່ແມ່ນໜ້ອຍເດີ້ ຖ້າວ່າຜູ້ໃດບໍ່ໄດ້ກະກຽມມາກ່ອນກໍອາດເປັນໜີ້ເປັນສິນໄດ້ເລີຍ.
ສົມມຸດວ່າເຮົາໄປກວດສຸຂະພາບແລ້ວພົບເຫັນເນື້ອງອກ ຫຼື ມະເລັງ ເຮັດໃຫ້ຕ້ອງຜ່າຕັດ ຖ້າພວກເຮົາບໍ່ມີການກະກຽມຫຍັງໄວ້ ແນ່ນອນວ່າເຮົາກໍຈໍາເປັນຕ້ອງເອົາຊັບສິນໄປປ່ຽນເປັນເງິນສົດເພື່ອຈ່າຍຄ່າຮັກສາ.
ນັ້ນຈຶ່ງເປັນເຫດຜົນວ່າເປັນຫຍັງພວກເຮົາຄວນ “ກະຈາຍຄວາມສ່ຽງ” ອອກຈາກຕົວເຮົາ ແລະ ສີນຄ້າທາງການເງິນອັນດຽວທີ່ຈະຊ່ວຍທ່ານກະຈາຍຄວາມສ່ຽງໄດ້ມີພຽງແຕ່ ການປະກັນໄພ ເທົ່ານັ້ນ. ໃນທີ່ນີ້ໝາຍເຖິງ ປະກັນຊີວິດ, ປະກັນສຸຂະພາບ, ປະກັນໄພອຸປະຕິເຫດ ຫຼື ຈະເປັນການປະກັນສັງຄົມກໍໄດ້ ພຽງເພື່ອຮັບປະກັນວ່າເວລາຕ້ອງໄປໂຮງໝໍກໍມີຄົນຊ່ວຍຈ່າຍຄ່າຮັກສາ.
ຈະດີບໍ່? ຖ້າເຮົາມີ ປະກັນໄພ ມາເປັນເບາະຊ່ວຍຮອງຮັບຄ່າໃຊ້ຈ່າຍ ໃຫ້ຮູ້ສຶກຄືຕົກລົງມາຈາກຕືກ 5 ຊັ້ນ ແຕ່ບໍ່ຮູ້ສຶກເຈັບຫຍັງເລີຍ. “ເຈັບໂຕແລ້ວຢ່າໃຫ້ເຈັບໄປຮອດກະເປົ໋າເງີນເຮົາເລີຍ”.